ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງ ປກສ ເຂົ້າອວຍພອນ ກົມໃຫຍ່ການເມືອງກອງທັບ


     ວັນທີ 16 ມັງກອນ 2024 ນີ້, ສະຫາຍພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະ
ເທດພ້ອມດ້ວຍຄະນະ, ໄດ້ຕ້ອນຮັບການເຂົ້າອວຍພອນຂອງ ສະຫາຍ ພົນຈັດຕະວາ ຄອນສະຫວັນ ສົມພາໄຊ ຮອງຫົວໜ້າກົມໃຫຍ່ການ
ເມືອງ ກະຊວງປ້ອງກັນຄວາມສະຫງົບ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ (20/1/1949 -20/1/2024).

     ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ພົນຈັດຕະວາ ຄອນສະຫວັນ ສົມພາໄຊ ໄດ້ກ່າວສະແດງຄວາມຍິນດີຊົມເຊີຍຕໍ່ຜົນງານ
ແລະ ໄຊຊະນະອັນໃຫຍ່ຫຼວງ ທີ່ກອງທັບປະຊາຊົນລາວ ຍາດມາໄດ້ຕະຫຼອດໄລຍະ 75 ປີ ພ້ອມທັງກ່າວອວຍພອນໄຊອັນປະເສີດໃຫ້ ສະ
ຫາຍ ພົນຕີ ວໍລະສານ ວິລັດດາວົງ, ພ້ອມດ້ວຍຄະນະ, ຕະຫຼອດຮອດພະນັກງານ-ນັກຮົບທົ່ວກົມໃຫຍ່ການເມືອງກອງທັບຈົ່ງມີສຸຂະພາບ
ແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້, ໂອກາດດຽວກັນ, ສະຫາຍ ພົນຕີ ວໍ
ລະສານ ວິລັດດາວົງ ກໍໄດ້ຕາງໜ້າໃຫ້ຄະນະນຳ ກົມໃຫຍ່ການເມືອງກອງທັບ, ກໍ່ຄືນາຍ ແລະ ພົນທະຫານທົ່ວກອງທັບ ກ່າວສະແດງຄວາມ
ຂອບໃຈຕໍ່ຄະນະນໍາກົມໃຫຍ່ການເມືອງ ປກສ ທີ່ເຫັນໄດ້ເຖິງ ຄວາມໝາຍ ຄວາມສຳຄັນຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ
75 ປີ ແລະ ອວຍພອນໄຊໃຫ້ ສະຫາຍ ພົນຈັດຕະວາ ຄອນສະຫວັນ ສົມພາໄຊ ພ້ອມດ້ວຍຄະນະ ຈົ່ງມີຄວາມຜາສຸກ, ສຸຂະພາບແຂງແຮງ,
ສືບຕໍ່ຊີ້ນຳ-ນຳພາ ກົມໃຫຍ່ການເມືອງ ປກສ ໃຫ້ເຕີບໃຫຍ່ເຂັ້ມແຂງຍິ່ງໆຂຶ້ນ.

     ຂ່າວຍັງໃຫ້ຮູ້ຕື່ມອີກວ່າໃນວັນດຽວກັນນັ້ນ, ຫ້ອງການກົມໃຫຍ່ການເມືອງ ປກສ ກໍໄດ້ເຂົ້າອວຍພອນ ຫ້ອງການກົມໃຫຍ່ການເມືອງ
ກອງທັບ ນໍາໂດຍ ສະຫາຍ ພັນເອກ ນີວອນ ບຸນວັນມາ ຮອງຫົວໜ້າຫ້ອງການ, ກົມໃຫຍ່ການເມືອງ ປກສ ພ້ອມດ້ວຍຄະນະ, ໂດຍການ
ຕ້ອນຮັບຂອງ ສະຫາຍ ພັນເອກ ເຂັມພອນ ແກ້ວວິໄຊ ຮອງຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 17/01/2024